_____ In Darkness

50. ປະຕິທິນ


Older Posts Home
Subscribe to: Posts (Atom)

Xaysouvanh Phengphong

Xaysouvanh Phengphong

...

ໄຊສຸວັນ ແພງພົງ (17 ຕຸລາ 1950) ເປັນນັກບິນຂົນສົ່ງ 16 ປີ ຂອງລາວ, ໄດ້ຮັບ ”ປະກາໄຊຍະບັດນັກບິນ” ຈາກກອງທັບອາກາດສະຫະຣັດອະເມຣິກາ ໃນສໄມສົງຄາມວຽດນາມ (1970-73). ໄຊສຸວັນ ເຄີຍເປັນ”ນັກບິນຊ່ວຍ” ຂອງ ເຮືອບິນພຣະທີ່ນັ່ງ ພຣະເຈົ້າສຣີສວ່າງວັທນາ ໃນສໄມເກົ່າແລະເປັນ “ກັບຕັນເຮືອບິນ” ຂອງປະທານປະເທດສຸພານຸວົງ ໃນສໄມໃໝ່. ປີ 1976-1986, ເປັນຫົວໜ້າກອງບິນ Antonov-24 ຂອງບໍລິສັດແຫ່ງຊາດ ການບິນລາວ ທັງຍັງເປັນ ນັກບິນທົດລອງ, ນັກບິນຄຣູສອນນຳອີກ. ໄຊສຸວັນ ແພງພົງ ເປັນກັບຕັນລາວຜູ້ທຳອິດທີ່ບິນຈາກວຽງຈັນເຖິງມົສກູ: ບິນໄປ-ກັບຫລາຍຖ້ຽວ ໃນຫລາຍປີ. ເມື່ອອາຍຸ 15 ປີ, ເຂົາເລີ່ມແຕ່ງກອນຕອນຮຽນຢູ່ມັທຍົມຕົ້ນ. ຫລາຍປີຕໍ່ມາ ບົດກະວີແລະ ເລື່ອງສັ້ນກໍອອກສູ່ສາຍຕາມວນຊົນ. ໂຮມເລື່ອງສັ້ນຊຸດທຳອິດ ”ເຫລົ້າເທວະດາ” ລົງພິມຢູ່ລາວ ແລະຕໍ່ມາໂຮມເລື່ອງສັ້ນຊຸດ “ຄວາຍໂດຍສານ” ພິມຢູ່ໄທ. ”ນົກສິບຝົນ” ນິຍາຍຊີວິດນັກບິນສອງຟ້າ-ສາກນຶ່ງຂອງສົງຄາມອິນດູຈີນ ລົງພິມເປັນ ເຫລັ້ມຢູ່ລາວແລະພິມໃນວາຣະສານ ”ເນຊັ່ນ-ສຸດສັປດາ” ຍາວເຖິງ 26 ອາທິດ ຢູ່ໄທ. ເລື່ອງສັ້ນ ”ຕາຍຫູງ” ພິມໃນ ວາຣະສານ europe ຂອງປະເທດຝຣັ່ງເສດ.ບົດກະວີ ”ແມ່” ພິມໃນປະເທດບຸນກາຣີ. ພາຍຫລັງມາພຳນັກຢູ່ໃນສະຫະຣັດອະເມຣິກາ ຕັ້ງແຕ່ປີ 1991, ເຂົາໄດ້ເປັນນັກຂຽນປະຈຳໃຫ້ວາຣະສານ “ສຽງແຄນ” ບ່ອນທີ່ບົດກະວີແລະເລື່ອງສັ້ນຫລາຍບົດ ອອກສູ່ສາຍຕາຊາວລາວຕ່າງແດນ. ປີຕໍ່ໆມາ ບົດກະວີພາສາ ອະເມຣິກັນ: “ຈັນດວງດຽວ” ຖືກຄັດເລືອກໃຫ້ລົງພິມໃນ “America At The Millennium – The Best Poems and Poets of the 20th Century”. ບົດກະວີ ”ຫິມມະຫລົງຣະດູ” ແລະ “ໃບເຫລືອງຫລົ່ນ” ລົງພິມໃນ “Great Poems of Western World”. ບົດກະວີ “ຂອບຟ້າ-ທະເລກວ້າງ” ແລະ “ຫິ່ງຫ້ອຍໃນຄືນແຮມ” ລົງພິມໃນ ”Great Poets Across America” ແລະ “International Who’s Who in Poetry”. ເຂົາໄດ້ຮຽບຮຽງນິທານພາສິດຈາກ ”ໜັງສືສຽວສວາດ” ອອກເປັນຊຸດ “ສຽວສວາດ” ຊຶ່ງແຕ່ງເປັນກອນ 45 ບົດ ໂດຍໃຊ້ພາສາລາວຍຸກສໄມປັດຈຸບັນ. ໄຊສຸວັນ ແພງພົງ ໄດ້ຮັບເລືອກເຟັ້ນໃຫ້ເປັນ “Great Poets Across America - Award Winning Poet” ປີ 2013. ແລະໃນປີດຽວກັນ ເຂົາກໍຖືກຄັດເລືອກໃຫ້ເປັນ 1 ໃນ 64 ນັກກະວີຜູ້ໄດ້ຮັບ “ຫລຽນຄຳກະວີນິພົນ - Poetry Gold Medal of Excellence” ຂອງວົງການ “PoetryFest 2013” ທົ່ວສະຫະຣັດ ອະເມຣິກາ. ຍ້ອນອາຊີບນັກບິນ ພາໃຫ້ເຂົາໄດ້ເດີນທາງໄປຫລາຍກວ່າ 20 ປະເທດ ກ່ອນຈະມາພຳນັກຢູ່ທີ່ຣັດຢູທາ, ຕັ້ງແຕ່ເດືອນກຸມພາ ປີ 1991 ແລະ 5 ປີຕໍ່ມາ ກໍໄດ້ຮັບເຂົ້າເປັນພົລເມືອງອະເມຣິກັນ. ເດືອນສິງຫາ 2010 ໄຊສຸວັນ ແພງພົງ ໄດ້ພາບັນດານັກກະວີລາວທົ່ວໂລກສ້າງຕັ້ງ ”ວົງການກະວີນິພົນລາວ” ແລະເຜີຍແຜ່ວັນນະຄະດີພື້ນເມືອງ ແລະກາບກອນລາວທາງອ໋ອນລາຍ. ປັດຈຸບັນໄຊສຸວັນ ແພງພົງ ເປັນ”ສະມາຊິກຕລອດຊີວິດ” ແຫ່ງສຳນັກກະວີ The Famous Poets.

ກະວີຜູ້ສືບທອດປູ່ປາງຄຳ

ກະວີຜູ້ສືບທອດປູ່ປາງຄຳ

ສາລະບານ

  • ▼  2015 (51)
    • ▼  March (51)
      • 0. ໜ້າປົກ
      • 1. ໃນຄວາມມືດ (e)
      • 2. ອິສຣະໃນຫົວໃຈ
      • 3. ຝົນວານນີ້ (e)
      • 4. ມີເຈົ້າຢູ່ໃນສຽງເພງ (e)
      • 5. ຟ້າລວງ (e)
      • 6. ຫລັງມ່ານບັງ (e)
      • 7. ຜູ້ນຳໃນຝັນ (e)
      • 8. ເອື້ອຍນ້ອງ
      • 9. ໝາກເຊີຣີແດງ (e)
      • 10. ຄວາມກ້າ (e)
      • 11. ພິນສາຍກາງຂອງເຫລົ້າ
      • 12. ສຳນຶກກ້ອງຖຽງນາ
      • 13. ຍິ້ມໃນຄືນແຮມ (e)
      • 14. ເກີດຖືກຍຸກ
      • 15. ລົມອ່ອນ (e)
      • 16. ຖົງລົມ (e)
      • 17. ຊາເຢັນ (e)
      • 18. ຄວາມເປັນຄຣູ
      • 19. ເດືອນກາງເວັນ
      • 20. ຕອກມັດເຂົ້າຕົ້ມ
      • 21. ນົກນ້ອຍກາງພະຍຸ
      • 22. ຈົ່ງຈົດຈຳມື້ນີ້ (e)
      • 23. ເມື່ອຂ້ອຍຍັງຫັນໃຈ!
      • 24. ຈັບມຶກັນກ້າວໄປ
      • 25. ຮັກອຳມະຕະ (e)
      • 26. ທີ່ນີ້ ບໍ່ຂາຍວິນຍານ
      • 27. ຕິດດິນ
      • 28. ໄປຕາຍໜ້າ
      • 29. ນ້ຳລົ້ນຈອກ
      • 30. ພຽງໃຈ
      • 31. ຍິ້ມນ້ອຍ
      • 32. ມ້ຽນຄາບກະຕ່າຍ
      • 33. ລ່ອງເຮືອ
      • 34. ງ່າອ່ອນຍາມລົມແຮງ
      • 35. ຢາກມີຮ້ອຍມື
      • 36. ດິນນາ-ຄົນແລະຄວາຍ
      • 37. ແຄມຝັ່ງທະເລຫລວງ
      • 38. ຊະລາເປັນແນວນີ້ເອງ!
      • 39. ຮ້ອງໄຫ້ໃສ່ໂລງ
      • 40. ສີສັນ
      • 41. ຄວາມເຊື່ອໃນສາດ
      • 42. ຄຳໃນໃຈ
      • 43. ວັນເທສການຂອບໃຈ
      • 44. ຖັງຂີ້ເຫຍື້ອໃໝ່
      • 45. ເພັດທຽມ (e)
      • 46. ທັນວາແລ້ງ
      • 47. ຂໍຢອກແດ່
      • 48. ໂອ ຄຣິສມາດ (e)
      • 49. ສຽງກ້ອງຈາກຫີນຜາ
      • 50. ປະຕິທິນ

<----

<----

Visitors

web counter
web counter
Powered By Blogger
Copyright © 2015 Xaysouvanh Phengphong. Powered by Blogger.